วันจันทร์ที่ 3 ตุลาคม พ.ศ. 2554

ພາບນີ້ແມ່ນ ທ່າບັກເມືອງໂຂງ (ບ້ານນາ) ບໍ່ແມ່ນບ້ານອ່າງສຳພັນນາ ວຽງຈັນ




ພາບທີ່ເຫັນເຂົາຖ່າຍເມື່ອປີ 1897 ໃນໜັງສືຂຽນກຳ ກັບໄວ້ວ່າ ເຂົາເອົາປາທີ່ບ້ານອ່າງສຳພັນນາ ບາດມາເບິ່ງພາບວິວທິວະທັດແລ້ວ ແມ່ນເວີນສົງຄາມ (ຄືທ່າບັກເມືອງໂຂງ ບ້ານຫາງ-ບ້ານຫາດຫົວເບັງ) ເມືອງໂຂງ ແຂວງຈຳປາສັກນີ້ເອງ,  ພາບກິດຈະກຳນີ້ ຫາກທ່ານຢາກເຫັນ ເຊີນໄປທ່ຽວເມືອງໂຂງໄດ້ ໃນຍາມ ເດືອນ 3 ແລະເດືອນ 5-7 ເຫັນໂລດ ເພາະເຂົາຈະໃຫຼ ມອງຍາມປາຂຶ້ນ, ແຕ່ຢາກຂະເຫັນ ແບບນີ້ໃຫ້ຂ້າມໄປຝັ່ງ ດອນໂຂງ ຢືນກົງຕາລິ່ງທ່າບັກຫັ້ນໂລດ ແລ້ວຈຶ່ງຫຼຽວ ລົງໄປທາງ ໃຕ້ຫົວດອນທີ່ເຫັນແມ່ນຫົວ ດອນເບັງ(ຫົວບ້ານ ເດື່ອກະວ່າ) ຫາກແມ່ນຍາມປາຂຶ້ນ ຈະເຫັນເຮືອໃຫຼມອງ ຫາປາແບບນີ້ ແຕ່ອາດບໍ່ຫຼາຍແບບນີ້ກະໄດ້ ເພາະປູປານານໍ້າອາດປ່ຽນໄປ ຫົວເດືອນ 6 ລາວກໍປາກົດພາບແບບນີ້ຄືກັນ,  ປີໜ້າຟ້າໃໝ່ ຄົງຊິໄດ້ເຫັນເຂົາສ້າງ ຂົວສະພານຂ້າມບ້ານຫາດໃສ່ດອນໂຂງ ຫຼືດອນເບັງ ໃສ່ດອນໂຂງ ນັບຈາກປີ 2012 ເປັນຕົ້ນໄປອາດຈະເຫັນຂົວ ສະພານມາແທນ ເປັນພາບຂ້າງຫຼັງທີ່ປ່ຽນໄປ.






(ພາບນີ້ ໄດ້ຈາກປຶ້ມມໍດົດລ້ານຊ້າງ ຢັ້ງຢືນວ່າການຕຶກປາບຶກທີ່ບ້ານ ອ່າງສຳປັນນາ ເມື່ອປີ ຄ.ສ 1897)












- ເນື່ອງຈາກໄດ້ວິເຄາະພາບໄປແລ້ວ ວ່າ ພາບທີ່ອ້າງນັ້ນ ວິນິດໄສວ່າ "ໜ້າຈະແມ່ນ ພາບຈາກເວີນສົງຄາມ" ສິ່ງທີ່ເຫັນອີກ ນັ້ນກໍຄືມຸ້ງເອົາເຮືອເປັນປະເດັນວິເຄາະ "ພາບຂອງເຮືອ" ຄືວ່າ ເຮືອທັງ ໝົດນັ້ນ ແມ່ນ "ເຮຶອກູນ"

- ເຮືອນັ້ນ ແມ່ນໝາຍເຖິງ ເຮືອທີ່ເອົາ ໄມ້ແຄນທັງລຳມາຄວັດ ຫຼືເຈາະຈົນເປັນເຮືອ ຄື ເຮືອໄມ້ທັງລຳ ເຊິ່ງຕ່າງຈາກເຮືອທີ່ພີນ ຄືເຮືອໄມ້ 3 ແຜ່ນເອົາມາພີນ ເປັນລຳ

- ສຳລັບເຮືອ ນັ້ນຊາວສີພັນດອນ ນິຍົມເຮັດ ມາຈົນຮອດປີ ໑໙໙໐ ເມື່ອໄມ້ມີລາຄາຂຶ້ນ ແລະມີການນິຍົມໃຊ້ຈັກຫາງຍາວ ເຮືອທີ່ເໝາະກັບຈັກ ຈຶ່ງເປັນເຮືອພີນ ດຽງນີ້ ເຮືອໄມ້ທັງລຳ(ເຮືອກູນ) ຫາເບິ່ງເກືອບບໍ່ມີແລ້ວໃນສີພັນດອນ, ສຳລັບທາງເໜືອນັ້ນ ຕາມສືບທາວຫາຕົ້ນເຫດ ເຫັນວ່ານິຍົມກັນ ເຮັດເຮືອພີນມາດົນແລ້ວ ໃຫ້ເບິ່ງພາບທີ.

- ອີກຢ່າງໜຶ່ງຄົງບໍ່ແມ່ນການລ່າປາບຶກ ເພາະວ່າ ໃນພາບທີ 4 ນັ້ນ, ມີການຕຶກໂຕ່ງພ້ອມ, ເທົ່າທີ່ສັງເກດເຮືອທີ່ຊຸມນຸມ ກັນດັ່ງພາບນັ້ນ ຄົງບໍ່ແມ່ນລ່າປາບຶກ ອາດຊິແມ່ນການໃຫຼມອງຫຼາຍກວ່າ

- ໃຫ້ສັງເກດເບິ່ງພາບທີ 4 ແລະທິ 2 ທ້າຍເຮືອແບບນີ້ແມ່ນທ້າຍເຮືອກູນ ບໍ່ແມ່ນທ້າຍເຮືອພີນ.
- ຈຶ່ງຢັ້ງຢືນວ່າ ພາບນີ້ບໍ່ແມ່ນພາບບ້ານອ່າງສຳພັນນາ ທີ່ຢູ່ເມືອງສີໂຄດ ນະຄອນຫຼວງວຽງຈັນ ດັ່ງທີ່ກ່າວອ້າງແນ່ນອນ, ອັນໜຶ່ງພາບເຮືອຫາປານີ້ ຕ້ອງຖ່າຍໃນສະໄໝຝຣັ່ງປົກຄອງລາວ ເພາະບອກວ່າຖ່າຍໃນປີ 1897 ຫາກນັບຈາກສະໄໝພະ ເຈົ້າອະນຸວົງເສັຍໄຊໃຫ້ສຍາມ ໃນປີ 1828 ອາຍຸໄດ້ 69 ປີ, ນັບຈາກປີທີ່ຖ່າຍມາຫາປີລາວໄດ້ຮັບເອກະລາດ ຈາກຝຣັ່ງ 1945 ອາຍຸພາບນີ້ໄດ້ 48 ປີ, ຫາກນັບຈາກປີ ທີ່ຖ່າຍພາບນີ້ມາຮອດປີທີ່ຂຽນບົດຄວາມນີ້(2011) ອາຍຸຂອງພາບນີ້ ມີອາຍຸຮອດ 114 ປີແລ້ວ ສະພາບປ່ຽນແປງໄປພຽງເລັກນ້ອຍເທົ່ານັ້ນ.

- ການສັນນິຖານ:
- ການວິເຄາະພາບເລົ່ານີ້ ເຮົາມີຫຼັກຖານພຽງແຕ່ພາບທີ່ຖ່າຍ ແລະທີ່ຕັ້ງຂອງພາບທີ່ຫຼົງເຫຼືອຢູ່ ຄືເວີນສົງຄາມ ທີ່ເມືອງ ໂຂງ ກັບທີ່ຕັ້ງເວີນບ້ານອ່າງສຳປັນນາ (ເຄີຍຂີ່ເຮືອຂຶ້ນລ່ອງວຽງຈັນ-ໄຊຍະບູລີ-ຊະນະຄາມ 7 ຄັ້ງ ແລະທຽວທາງ ລົດນັບບໍ່ໄຄວ່ ສັງເກດແລ້ວ ທີ່ຕັ້ງບ້ານອ່າງສຳປັນນາບໍ່ຄືພາບທີ່ເຮົາເອົາມາອ້າງນີ້, ສ່ວນຫຼັກຖານທາງລາຍລັກອັກສອນ ເຮົາບໍ່ມີເລີຍ, ແຕ່ຜູ້ຂຽນໃຊ້ຫຼັກຖານແວດລ້ອມອື່ນອີກ ທີ່ເກີດຂຶ້ນໃນສະໄໝຝຣັ່ງ ປະກອບການພິຈາລະນາ ຄື ທີ່ບ້ານ ຫາດຫົວເບັງ ມີການສ້າງຫຼັກສາຍທອງ (ຫຼັກສາຍໂທລະເລກ) ທີ່ຍັງເຫຼືອຢູ່ຄື ຈາກບ້ານຫາດ ຕໍ່ໃສ່ບ້ານນາ(ທ່າບັກ) ມາໃສ່ເມືອງແສນ (ໃຕ້ວັດແສນເໜືອ) ຂ້າມໃສ່ຫາງດອນຂະເໝົາ ຝັ່ງກົງກັນຂ້າມກັນ(ຍັງເຫຼືອແຕ່ຕໍ ລົ້ມລົງປີ 1977).

- ສະນັ້ນ ພາບການຫາປາ ທີ່ຖ່າຍໃນປີ 1897 ນີ້ ອາດຈະຖືກຖ່າຍໃນສະໄໝສ້າງຫຼັກສາຍທອງ ທີ່ບ້ານນາກໍເປັນໄປໄດ້, ຫາກເຮົາພົບຫຼັກຖານວ່າການສ້າງຫຼັກສາຍທອງປິໃດ ກໍຈະຕອບໄດ້ຄັກ.

- ອັນໜຶ່ງສະໄໝນີ້ ລາວເຮົາທາງຈຳປາສັກ ມີການຕໍ່ສູ້ກັບຝຣັ່ງກັນຂະໜາດໃຫຍ່ ໂດຍມີເຈົ້າຄອງນະຄອນຈຳປາສັກ ແລະເຈົ້າເມືອງອຸທຸມເປັນແກ່ນນໍາ ຮ່ວມກັນໄທຍສຍາມ ຫາກເຮົາສຶກສາເລື່ອງເຈົ້າເມືອງອຸທຸມສູ້ກັບຝຣັ່ງ ຈະຮູ້ຫຼັກຖານ ການຖ່າຍພາບນີ້ທຽບຄຽງກັນ ແຕ່ຈະມີຫຼັກຖານເຈົ້າເມືອງອຸທຸມ ສູ້ກັບຝຣັ່ງໂດຍລະອຽດໄດ້ຈັ່ງໃດ ເພາະບໍ່ມີການບັນທຶກ ເທົ່າທີ່ຮູ້ວ່າເຈົ້າເມືອງອຸທຸມສູ້ກັບຝຣັ່ງ ກໍໄດ້ຟັງຈາກການເລົ່າຂອງຜູ້ເຖົ້າສະໄໝຍັງນ້ອຍພຸ້ນແລ.

ພາບເວິນສົງຄາມໃນປັດຈຸບັນ.


ໃຫ້ເອົາພາບເທິງນັ້ນ ໄປປຽບທຽບກັບພາບແຮກໃນປີ 1897

(ພາບນີ້ ຖ່າຍທີ່ທ່າບັກເມືອງໂຂງ "ເວີນສົງຄາມ" ທີ່ເຫັນດອນທາງກາງນັ້ນແມ່ນດອນເບັງ ຖ່າຍເມື່ອ ເດືອນມິນາ ຄ.ສ 2007)

ທີ່ຕັ້ງເວີນສົງຄາມ


ຫາກຈະໄປຈຳປາສັກ ຜູ້ທີ່ຢູ່ປາກເຊຂຶ້ນເມືອ ບໍ່ຕ້ອງໄປຂ້າມຂົວເມືອງໂຂງ ໄປທາງບ້ານມ່ວງກໍໄດ້ ຫຼືຂ້າມຂົວປາກເຊ ໄປທາງຖນົນເລກ 12 ໄດ້ເລີຍ ແຕ່ກະທູ້ນີ້ເວົ້າເຖິງ ຂົວຂ້າມບ້ານຫາດໃສ່ດອນໂຂງ ບໍ່ແມ່ນຂ້າມໃສ່ຈຳປາສັກ.