วันจันทร์ที่ 2 มิถุนายน พ.ศ. 2551

ແມ່ນຳ້ສີແດງ










ທີ່ທ່າເຮືອເມືອງແສນ ເວລາ ໔-໖ ໂມງ ນັກທ່ອງທ່ຽວຜູ້ທີ່ຢ່າກດື່ມດ່ຳທຳມະຊາດອັນວິຈິດຂອງດວງຕາເວັນຈະລັບລົງຂອບຟ້າ ສາດແສງທາພື້ນນຳ້ເປັນສີແດງລະໄໝ່ ນາກັນລົງໄປນັ່ງດື່ມ ແລະກິນທີ່ຮ້ານອາຫານເຮືອນແພ ພາບດວງອາທິດກຳລັງລົງລັບທັບດອນຂະເໝົາຢູ່ນັ້ນ ຈັ່ງແມ່ນເປັນໜ້າປະທັບໃຈບໍ່ມີວັນລືມ ແລະຄວນແກ່ການຈາຣືກໄວ້ໃນຊີວິດຢ່າງຫາທີ່ທຽມທານບໍ່ມີໄດ້
ຫຼັງຈາກນັ້ນ ເມື່ອຕາເວັນລົງແລງໄປແລ້ວ ປະມານ ໕:໓໐ ໂທງ ກໍໃຫ້ຮີບລົງເຮືອລ່ອງຊົມຫາດຊາຍ ລ່ອງໄປທາງຫາງດອນຂະເໝົາ ຈະເຫັນພາບທຳມະຊາດຂອງດອນ ແລະນຳ້ເໝືອນກັບເອົາສີແດງແກມດຳມາສາດລົງພືນນຳ້ ເປັນຕາໜ້າງຶດງໍ້ອັດສະຈັນໃຈຍິ່ງໜັກໜາ.

ຫາດຫົວດອນຖານ(ເມືອງໂຂງ)ຍາມຕອນເຊົ້າ





ຍາມຕອນເຊົ້າ ຫາກເຮົາຍືນຢູ່ດ່ານຊາຍແດນລາວ-ຂະເໝນບ້ານຫາງດອນຂະເໝົາ ຫຼຽວໄປທິດຕາເວັນອອກ ຈະເຫັນນຳ້ເປັນສີຄຳເຫລື້ອສວຍງາມ ບໍ່ນານເຮົາຈະເຫັນເຮືອຈັກຫາງແລ່ນຜ່ານກ້ຽວກາງດອນຂະເໝົາໄປທາງຮູເມືອງແສນພາຍໃນ ໑໐ ນາທີໃດ, ຈັງແມ່ນເປັນພາບທີ່ສວຍງາມ ແລະ ຫາເບິ່ງໄດ້ຍາກອີກແບບໜຶ່ງ
ທີ່ເຫັນເປັນແຫຼມໆຍື່ນອອກມານັ້ນ ແມ່ນຫາດຫົວດອນຖານຊ້ອນກັນກັບດອກກາ ເປັນພາບທີ່ສວຍງາມໜ້າປະທັບໃຈ ຫາດຫົວຖານນັ້ນກວ້າງ ແລະ ໃຫຍ່ມີຊາຍຂາວ ແລະແມັດແລບດີ ເໝາະແກ່ເຮັດເປັນທີ່ທ່ອງທ່ຽວແບບທຳມະຊາດອີກບ່ອນໜຶ່ງ ຕາມການຕີລາຄາ ຄົງບໍ່ເຫິງອາດ ຊິມີນັກທຸລະ ກິດຫົວດີ ໄປເຮັດຣີສອຣ໌ຕໃສ່ບໍ່ນານນີ້ ຄັນແມ່ນເປັນຈັ່ງວ່າ ທີ່ນີ້ຄົງຈະເປັນທີ່ນິຍົມແກ່ນັກທ່ອງທ່ຽວມາພັກຜ່ອນ ເພາະທຳເລດີ ໄປມາສະດວກພຽງ ແຕ່ນັ່ງລົດມາຮອດເມືອງແສນແລ້ວກໍຂ້າມເຮືອມາບໍ່ເຖິງ ໕ ນາທີກໍຮອດແລ້ວ

ນ້ຳຂອງບໍ່ຂຸ່ນ


ຢູ່ທີ່ເມືອງໄທຍ
ມີຕຳເວົ້າໜຶ່ງທີ່ຄົນລາວເຮົາບໍ່ເຄີຍຍິນ ຄື "ນໍ້າໂຂງຂຸ່ນຍັງໄງ ຫົວໃຈຄົນລາວກໍຍັງງັ້ນ"
ຄວາມໝາຍຂອງຄົນໄທຍ໌ເຂົ້າໃຈວ່ານຳ້ຂອງຂຸ່ນ ຕະຫຼອດທັງປີ ເພາະມີການໂຄສະນາກັນທາງສື່ ແລະເວົ້າກັນໃນສັງຄົມກຸງເທບ ມາຕັ້ງແຕ່ເຫິງ ຄົນໄທຍ໌ປັດຈຸບັນກໍເຊື່ອກັນມາຢ່າງນັ້ນ, ເນື່ອງຈາກມີຄຳວ່າ "ໄປເບິ່ງແມ່ນຳ້ສອງສີ" ທີ່ປາກມູນຄົນໄທຍຜູ້ທີ່ບໍ່ເຄີຍມາແຖວແຄມຂອງກໍເຊື່ອວ່າແມ່ນນ້ຳຂອງຂຸ້ນໝົດປີ ສ່ວນຄົນທີ່ເຄີຍມາແລ້ວກໍບໍ່ອະທິບາຍໃຫ້ຜູ້ອື່ນຟັງ ໂດນສະເພາະສື່ຕ່າງຕ່າງໆກໍບໍ່ແກ້ໄຂເລື່ອງນີ້ ແຕ່ດຽວນີ້ຄົງຊິເຂົ້າໃຈແລ້ວວ່າ "ແມ່ນຳ້ຂອງຂຸ່ນ ພຽງແຕ່ ໓-໔ ເດືອນ ເຫຼືອນັ້ນແມ່ນໃສ່ຈົນຂຽວ ເໝືອນ້ຳທະເລ ເພາະພີ່ນ້ອງຊາວໄທຍ໌ມາທ່ຽວລາວ ແລະອີສານແຖວແຄມຂອງຫຼາຍຂຶ້ນແລ້ວ
ຖ້າທຽບໃສ່ແມ່ນຳ້ເຈົ້າພຣະຍາແຕ່ປາກນຳ້ຈົນຮອດຈັ່ງຫວັດນົນ ນຳ້ໃນແມ່ນຳ້ຂອງຈະດີກວ່າ ເພາະນຳ້ເຈົ້າພຣະຍາທັງຂຸນທັງເໝັນ